ແຜນການຂົນສົ່ງຂອງເມືອງ Seattle

ແຜນງານການຂົນສົ່ງເມືອງ Seattle ຈິນຕະນາການວ່າການເດີນທາງໃນເມືອງຂອງພວກເຮົາຈະມີລັກສະນະໃດໃນອີກ 20 ປີຂ້າງໜ້າ. ພວກເຮົາມີຈຸດປະສົງທີ່ຈະລົງທຶນແບບສະຫຼາດ ເຊິ່ງສົ່ງຜົນໃຫ້ມີທາງເລືອກການເດີນທາງທີ່ປອດໄພຍິ່ງຂຶ້ນ, ສະເໝີພາບຍິ່ງຂຶ້ນ, ເຊື່ອຖືໄດ້, ຍືນຍົງ ແລະ ລາຄາບໍ່ແພງສຳລັບທຸກຄົນໃນເມືອງ Seattle. ສະພາເທດສະບານເມືອງ Seattle ລົງມະຕິເປັນເອກະສັນໃຫ້ນຳເອົາແຜນງານການຂົນສົ່ງເມືອງ Seattle ມາໃຊ້ໃນວັນທີ 23 ເມສາ 2024.

ໜຶ່ງແຜນງານ, ໜຶ່ງວິໄສທັດ

ໃນອະດິດພວກເຮົາມີແຜນງານການເດີນທາງດ້ວຍເທົ້າແລະລໍ້ເລື່ອນ , ການ​ຂີ່ລົດຖີບ, ການໂດຍສານລົດຂົນສົ່ງສາທາລະນະ ແລະ ການຂົນສົ່ງສິນຄ້າທີ່ຫຼາກຫຼາຍ. ສິ່ງເຫຼົ່ານີ້ເອີ້ນວ່າແຜນງານຕາມຮູບແບບການເດີນທາງ. ໃນປັດຈຸບັນ ແຜນງານການຂົນສົ່ງເມືອງ Seattle (STP) ໄດ້ນຳເອົາແຜນທັງໝົດເຫຼົ່ານີ້ລວມເຂົ້າກັນເປັນວິໄສທັດອັນໃຫຍ່ໜຶ່ງດຽວ.

ພວກເຮົາໄດ້ພັດທະນາ STP ຮ່ວມກັບ ແຜນງານທີ່ຄອບຄຸມຂອງເມືອງ Seattle ແບບໜຶ່ງດຽວ (One Seattle Comprehensive). ແຜນງານ One Seattle ຈະຊ່ວຍເປັນແນວທາງວ່າເມືອງຂອງພວກເຮົາຈະເຕີບໃຫຍ່ໃນດ້ານທີ່ຢູ່ອາໄສ, ວຽກງານ ແລະ ການລົງທຶນແນວໃດໃນອີກ 20 ປີຂ້າງໜ້າ. ການຄະມະນາຄົມຂົນສົ່ງກໍຍັງເປັນສ່ວນທີ່ສຳຄັນຂອງແຜນນີ້ເຊັ່ນກັນ.

ພວກເຮົາຈະໃຊ້ແຜນງານການຄະມະນາຄົມຂົນສົ່ງເມືອງ Seattle ເພື່ອເຮັດສິ່ງຕໍ່ໄປນີ້.

  • ພວກເຮົາຈະລະບຸຈຸດທີ່ເຮົາຈຳເປັນຕ້ອງປັບປຸງການຄະມະນາຄົມຂົນສົ່ງໃນອະນາຄົດ.
  • ພວກເຮົາຈະຈັບຄູ່ໂປຣແກຣມ ແລະ ໂຄງການຂອງພວກເຮົາກັບແຜນງານການຂົນສົ່ງຂອງພວກເຮົາ ແລະ ຕິດຕາມຄວາມຄືບໜ້າ.
  • ພວກເຮົາຈະວາງແຜນວິທີທີ່ພວກເຮົາຈະຫາງົບປະມານເພື່ອເປັນຄ່າໃຊ້ຈ່າຍສຳລັບຄວາມຕ້ອງການດ້ານການຄະມະນາຄົມຂົນສົ່ງໃນອະນາຄົດໄດ້ແນວໃດ.

ແຜນງານໄດ້ຮັບການພັດທະນາແນວໃດ?

ພວກເຮົາເຄີຍຂໍໃຫ້ທ່ານຊ່ວຍສ້າງແຜນງານການຂົນສົ່ງເມືອງ Seattle ກັບພວກເຮົາ. ພວກທ່ານຫຼາຍພັນຄົນໄດ້ແບ່ງປັນແນວຄວາມຄິດ ແລະ ຄວາມຄິດເຫັນຂອງພວກທ່ານເປັນຕົວກຳນົດແຜນໂດຍກົງ. ຮຽນຮູ້ເພີ່ມເຕີມກ່ຽວກັບວິທີທີ່ພວກເຮົາເຮັດວຽກຮ່ວມກັນໃນແຜນງານການຂົນສົ່ງເມືອງ Seattle:

ສະມາຊິກໃນຊຸມຊົນເລືອກຕົວເລືອກການຄະມະນາຄົມຂົນສົ່ງໃນງານເຜີຍແຜ່ປະຊາສຳພັນໃນຊ່ວງເວລາເກືອບສອງປີຂອງການເຂົ້າເຖິງຊຸມຊົນເພື່ອພັດທະນາຮ່າງ STP, ພວກເຮົາມຸ່ງເນັ້ນໄປທີ່ການເຮັດໃຫ້ປາກສຽງຂອງບຸກຄົນຕ່າງໆທີ່ມັກຈະຖືກກີດກັ້ນໃຫ້ເປັນຄົນຊາຍຂອບໃນການວາງແຜນຂອງລັດຖະບານແມ່ນເປັນທີ່ຮັບຮູ້ເພື່ມຂຶ້ນ. ເຊິ່ງລວມເຖິງຄົນຜິວດຳ, ຊົນພື້ນເມືອງ ຫຼື ເປັນສ່ວນໜຶ່ງຂອງຊຸມຊົນຜິວສີ; ບຸກຄົນທີ່ລະບຸວ່າເປັນ LGBTQIA+; ຜູ້ຄົນທີ່ຢູ່ແບບທຸກຍາກ; ຊຸມຊົນຜູ້ອົບພະຍົບ ແລະ ຜູ້ທີ່ເວົ້າພາສາອັງກິດບໍ່ໄດ້; ຜູ້ຄົນໜຸ່ມສາວ; ຜູ້ສູງອາຍຸ ແລະ ບຸຄຄົນທີ່ມີຄວາມພິການ.

ສິ່ງທີ່ພວກເຮົາໄດ້ດຳເນີນການມີດັ່ງຕໍ່ໄປນີ້:

  • ພວກເຮົາໄດ້ເຊື່ອມຕໍ່ກັບຫຼາຍພັນຄົນຜ່ານກິດຈະກຳເຜີຍແຜ່ປະຊາສຳພັນໃນສະຖານທີ່ຕ່າງໆເຊັ່ນ: ຮ້ານຂາຍເຄື່ອງໃນທ້ອງຖິ່ນ, ຫ້ອງສະໝຸດ, ຕະຫຼາດກະສິກອນ, ການປະຊຸມໃນຊຸມຊົນ, ງານເທດສະການ ແລະ ຊຸມຊົນໃກ້ຄຽງທີ່ດ້ອຍໂອກາດ.
  • ພວກເຮົາໄດ້ຮ່ວມມືກັບ ພະແນກຜູ້ປະສານງານຊຸມຊົນຂອງພະແນກຕິດຕໍ່ພົວພັນຊຸມຊົນໃກ້ຄຽງ (CLs) ເພື່ອຂະຫຍາຍ ແລະ ປັບປຸງກະບວນການມີສ່ວນຮ່ວມຂອງພວກເຮົາ.
  • ພວກເຮົາໄດ້ສ້າງຄວາມສຳພັນກັບອົງກອນໃນຊຸມຊົນ ແລະ ສະໜັບສະໜູນຄວາມພະຍາຍາມໃນການມີສ່ວນຮ່ວມຂອງເຂົາເຈົ້າ, ລວມເຖິງການປະຊຸມເພື່ອຮັບຟັງ, ການປະຊຸມຕ່າງໆ, ກິດຈະກຳທັດສະນະສຶກສາ ແລະ ການສຳພາດແບບຕົວຕໍ່ຕົວ.
  • ພວກເຮົາໄດ້ແຈກຢາຍປ້າຍປັກສະໜາມ, ໂປສເຕີ ແລະ ສິ່ງພິມໂຄສະນາໃຫ້ກັບທົ່ວເມືອງ Seattle.
  • ພວກເຮົາໄດ້ແຈ້ງໃຫ້ຊຸມຊົນຮູ້ໂດຍການແບ່ງປັນໂອກາດໃນການມີສ່ວນຮ່ວມ ແລະ ອັບເດດຕໍ່ກັບສູນການມີສ່ວນພົວພັນອອນລາຍຂອງແຜນງານການຂົນສົ່ງເມືອງ Seattle ທີ່ມີການເຄື່ອນໄຫວຕະຫຼອດເວລາ.
  • ແລະ ອື່ນໆອີກ.

ສິ່ງທີ່ພວກເຮົາໄດ້ຮຽນຮູ້ມີດັ່ງຕໍ່ໄປນີ້: 

ໄລຍະທີ 1  

ໄລຍະທີ 1 ໄດ້ມຸ່ງເນັ້ນໄປທີ່ຄວາມຕ້ອງການ ແລະ ລຳດັບຄວາມສຳຄັນດ້ານການຄະນະນາຄົມຂົນສົ່ງຂອງທ່ານ ເຊິ່ງໄດ້ຊ່ວຍໃຫ້ພວກເຮົາພັດທະນາວິໄສທັດຮ່ວມກັນເພື່ອອະນາຄົດຂອງລະບົບການຂົນສົ່ງເມືອງ Seattle. ລາຍງານການມີສ່ວນຮ່ວມໄລຍະທີ່ 1 ຂອງພວກເຮົາໃຫ້ລາຍລະອຽດກ່ຽວກັບການມີສ່ວນຮ່ວມທີ່ເລີ່ມແຕ່ເດືອນພຶດສະພາຮອດເດືອນສິງຫາ ປີ 2022 ແລະ ສະຫຼຸບປະເດັນສຳຄັນທີ່ຈະຊ່ວຍໃຫ້ພວກເຮົາຮ່ວມສ້າງແຜນຮ່ວມກັນກັບຊຸມຊົນໃນເມືອງ Seattle. 

ໄລຍະທີ 2  

ໃນລະຫວ່າງໄລຍະທີ 2 ພວກເຮົາໄດ້ແບ່ງປັນສິ່ງທີພວກເຮົາໄດ້ຮັບຟັງຈາກທ່ານໃນລະຍະທີ 1 ແລະ ສະແດງໃຫ້ເຫັນວ່າຂໍ້ມູນຂອງທ່ານເປັນແນວທາງຕໍ່ວິໄສທັດ, ເປົ້າໝາຍ ແລະ ວັດຖຸປະສົງ ຂອງແຜນແນວໃດ. ພວກເຮົາຍັງໄດ້ຂໍໃຫ້ທ່ານແບ່ງປັນວ່າທ່ານຕ້ອງການເດີນທາງສັນຈອນໄປມາແນວໃດໃນອະນາຄົດ, ການດຳເນີນການໃດທີ່ທ່ານຢາກໃຫ້ພວກເຮົາເຮັດ ແລະ ທ່ານຕ້ອງການເຫັນສິ່ງໃດຢູ່ໃນຮ່າງແຜນທີ່ການຂົນສົ່ງຂອງພວກເຮົາ. 

ບົດລາຍງານສະຫຼຸບການມີສ່ວນພົວພັນໄລຍະ 2 ຂອງພວກເຮົາໃຫ້ລາຍລະອຽດການມີສ່ວນພົວພັນທີ່ດໍາເນີນຕັ້ງແຕ່ເດືອນກັນຍາ ປີ 2022 ຫາເດືອນກຸມພາ ປີ 2023. ຂໍ້ມູນຂອງທ່ານໄດ້ຖືກນໍາໃຊ້ເພື່ອເປັນແນວທາງການພັດທະນາຮ່າງ STP ແລະ ປັບແຕ່ງຮ່າງແຜນທີ່ເຄືອຂ່າຍໃຫ້ເໝາະສົມ. 

ໄລຍະທີ 3  

ໃນລະດູໃບໄມ້ຫຼົ່ນປີ 2023 ພວກເຮົາໄດ້ຮ້ອງຂໍໃຫ້ປະຊາຊົນສະແດງຄໍາຕິຊົມກ່ຽວກັບຮ່າງແຜນງານການຂົນສົ່ງເມືອງ Seattle.  

ເຊິ່ງລວມເຖິງການມີສ່ວນພົວພັນທາງອອນລາຍທົ່ວເມືອງ, ການເຂົ້າຮ່ວມກິດຈະກໍາແບບພົບໜ້າ ແລະ ການເຮັດວຽກຮ່ວມກັບ ພະແນກປະສານງານຊຸມຊົນຂອງຊຸມຊົນໃນລະແວກໃກ້ຄຽງ ເພື່ອດໍາເນີນການເຜີຍແຜ່ທີ່ສຸມໃສ່ຊຸມຊົນດັ່ງຕໍ່ໄປນີ້: BIPOC (ຄົນຜິວສີ, ຄົນພື້ນເມືອງ ແລະ ຄົນຜິວສີອື່ນໆ), ຜູ້ທີ່ມີລາຍໄດ້ຕ່ຳ, ຄົນເຂົ້າເມືອງ ແລະ ຄົນອົບພະຍົບ, ຜູ້ສູງອາຍຸ, ແມ່ຍິງ, ຜູ້ທີ່ປະສົບກັບການຂາດທີ່ຢູ່ອາໃສ ຫຼື ມີຄວາມບໍ່ຫມັ້ນຄົງດ້ານທີ່ຢູ່ອາໄສ ແລະ ຜູ້ທີ່ມີຄວາມພິການ.  

ສຳລັບຂໍ້ມູນເພີ່ມເຕີມ ໃຫ້ເບິ່ງ: ໄລຍະທີ 3 ສະຫຼຸບການມີສ່ວນພົວພັນ

ເປົ້າໝາຍຂອງພວກເຮົາ

STP ມີຫົກເປົ້າໝາຍ. ແຕ່ລະເປົ້າໝາຍມີຍຸດທະສາດ ແລະ ການດຳເນີນການທີ່ພວກເຮົາສາມາດໃຊ້ເພື່ອບັນລຸເປົ້າໝາຍຂອງພວກເຮົາໄດ້.

ຄວາມປອດໄພ

ນຳພາດ້ວຍຄວາມປອດໄພ

ຫົວໃຈສີຂາວເທິງພື້ນຫຼັງສີຂຽວ

ພວກເຮົາໃຫ້ຄວາມສຳຄັນເປັນລຳດັບທຳອິດດ້ານຄວາມປອດໄພສຳລັບຄົນເດີນທາງສັນຈອນໃນເມືອງ Seattle. ເປົ້າໝາຍຂອງພວກເຮົາແມ່ນເພື່ອບໍ່ໃຫ້ມີການບາດເຈັບສາຫັດ ຫຼື ອຸບັດຕິເຫດລົດຊົນກັນຢ່າງຮ້າຍແຮງ. ການ​ດຳເນີນການຕ່າງໆ​ທີ່​ສໍາ​ຄັນໄດ້ແກ່​:

  • ພວກເຮົາຫຼຸດຜ່ອນຄວາມໄວຂອງພາຫະນະເພື່ອໃຫ້ຖະໜົນຂອງພວກເຮົາປອດໄພຍິ່ງຂຶ້ນ.
  • ພວກເຮົາເນັ້ນໃສ່ການລົງທຶນດ້ານຄວາມປອດໄພບ່ອນທີ່ອຸບັດຕິເຫດຮ້າຍແຮງເກີດຂຶ້ນ ຫຼື ມີແນວໂນ້ມທີ່ຈະເກີດຂຶ້ນ. 

ຄວາມສະເໝີພາບ

ຄວາມຍຸດຕິທຳດ້ານການຄະມະນາຄົມຂົນສົ່ງເປັນສູນການຂອງການດຳເນີນການ

ໄອຄອນຄົນທີ່ກຳລັງໄດ້ຮັບສິດເຂົ້າເຖິງຢ່າງເທົ່າທຽມກັນເທິງພື້ນຫຼັງສີມ່ວງ ພວກເຮົາເຮັດວຽກຮ່ວມກັບຊຸມຊົນເພື່ອແກ້ໄຂບັນຫາຄວາມບໍ່ສະເໝີພາບທີ່ກ່ຽວຂ້ອງກັບການຄະມະນາຄົມຂົນສົ່ງ. ການ​ດຳເນີນການຕ່າງໆ​ທີ່​ສໍາ​ຄັນໄດ້ແກ່​:

  • ພວກເຮົາໃຫ້ຄວາມສຳຄັນກັບສຽງຂອງຊຸມຊົນຄົນຜິວສີ ແລະ ກຸ່ມຜູ້ດ້ອຍໂອກາດໃນການວາງແຜນ ແລະ ການຕັດສິນໃຈ.
  • ພວກເຮົາແກ້ໄຂບັນຫາຄວາມບໍ່ເທົ່າທຽມກັນໂດຍຈັດລຳດັບຄວາມສຳຄັນຂອງການລົງທຶນສຳລັບຊຸມຊົນທີ່ໄດ້ຮັບຜົນກະທົບ.

ຄວາມຍືນຍົງ

ການດຳເນີນການດ້ານສະພາບພູມິອາກາດ

ໄອຄອນໂມງຊາຍທີ່ມີໂລກຢູ່ທາງໃນເທິງພື້ນຫຼັງສີຟ້າພວກເຮົາຕອບສະໜອງຕໍ່ການປ່ຽນແປງສະພາບພູມິອາກາດດ້ວຍນະວັດຕະກຳ ແລະ ຮາກຖານຄວາມຍຸດຕິທຳດ້ານສະພາບອາກາດ. ການ​ດຳເນີນການຕ່າງໆ​ທີ່​ສໍາ​ຄັນໄດ້ແກ່​: 

  • ພວກເຮົາປັບປຸງຄຸນນະພາບອາກາດ ແລະ ສຸຂະພາບໃນຊຸມຊົນໃກ້ຄຽງໂດຍການສົ່ງເສີມທາງເລືອກການເດີນທາງທີ່ສະອາດ ແລະ ຍືນຍົງ.
  • ພວກເຮົາສ້າງຖະໜົນໃນເມືອງໃຫ້ເປັນສີຂຽວດ້ວຍການຈັດສວນ ແລະ ປູກຕົ້ນໄມ້ເພື່ອໃຫ້​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະ​ພາບ​ອາ​ກາດ​ໄດ້​ດີຂຶ້ນ. 

ຄວາມຄ່ອງຕົວ ແລະ ຄວາມສາມາດໃນການຢູ່ຣອດທາງເສດຖະກິດ

ເຊື່ອມຕໍ່ຜູ້ຄົນ ແລະ ສິນຄ້າ

ໄອຄອນເສັ້ນທາງຕັດການພື້ນຫຼັງສີສົ້ມພວກເຮົາໃຫ້ຕົວເລືອກການເດີນທາງທີ່ເຊື່ອຖືໄດ້ ແລະ ລາຄາບໍ່ແພງ ເພື່ອຊ່ວຍໃຫ້ຜູ້ຄົນ ແລະ ສິນຄ້າໄປຮອດບ່ອນທີ່ຕ້ອງການໄດ້. ການ​ດຳເນີນການຕ່າງໆ​ທີ່​ສໍາ​ຄັນໄດ້ແກ່​: 

  • ພວກເຮົາສ້າງການເຊື່ອມຕໍ່ການເດີນທາງທີ່ບໍ່ມີຮອຍຕໍ່. 
  • ພວກເຮົາເຮັດໃຫ້ການຍ່າງ, ການຂີ່ລົດຖີບ ແລະ ການເດີນທາງດ້ວຍລໍ້ເລື່ອນສະດວກ ແລະ ເພີດເພີນຍິ່ງຂຶ້ນ ໂດຍສະເພາະການເດີນທາງໄລຍະສັ້ນ. 

ຄວາມໜ້າຢູ່ອາໄສ

ຖະໜົນສຳລັບຜູ້ຄົນ ແລະ ສະຖານທີ່ທີ່ພວກເຮົາຮັກ

ໄອຄອນເຮືອນ ແລະ ຕົ້ນໄມ້ຕັດກັບສີພື້ນຫຼັງສີບົວພວກເຮົາຈິນຕະນາການໃໝ່ເຖິງຖະໜົນໃນເມືອງໃຫ້ເປັນສະຖານທີ່ທີ່ເຊີນຊວນໃຫ້ໃຊ້ເວລາທ່ຽວຫຼິ້ນ ຫຼື ເຮັດກິດຈະກຳຢ່າງມ່ວນຊື່ນ. ການ​ດຳເນີນການຕ່າງໆ​ທີ່​ສໍາ​ຄັນໄດ້ແກ່​: 

  • ພວກເຮົາຈັດສັນພື້ນທີ່ຖະໜົນເພື່ອໃຫ້ຄວາມສຳຄັນແກ່ຜູ້ຄົນເປັນລຳດັບຕົ້ນ ແລະ ສ້າງສະຖານທີ່ທີ່ມີຄວາມສຸກທີ່ອຳນວຍຄວາມສະດວກໃນການຈັດສົ່ງສິນຄ້າ ແລະ ການສັນຈອນ.
  • ພວກເຮົາສ້າງຊຸມຊົນທີ່ເປັນມິດ ແລະ ສູນກາງການສັນຈອນ. 

ການບໍາລຸງຮັກສາ ແລະ ຄວາມທັນສະໄໝ

ຖະໜົນທີ່ໃຊ້ງານໄດ້ທັງໃນມື້ນີ້ ແລະ ໃນອະນາຄົດ

ໄອຄອນຮູບແຂ້ວເຟືອງ ແລະ ກະແຈຕັດກັບພື້ນຫຼັງສີນ້ຳຕານພວກເຮົາປັບປຸງໂຄງສ້າງພື້ນຖານການຄະມະນາຄົມຂົນສົ່ງໃນເມືອງ ແລະ ກຽມຄວາມພ້ອມສໍາລັບອະນາຄົດ. ການ​ດຳເນີນການຕ່າງໆ​ທີ່​ສໍາ​ຄັນໄດ້ແກ່​: 

  • ພວກເຮົາບຳລຸງຮັກສາຖະໜົນ, ທາງຍ່າງ ແລະ ຂົວ ໂດຍຄຳນຶງເຖິງຄວາມປອດໄພ ແລະ ການປັບປຸງເຄືອຂ່າຍຕາມແຜນ. 
  • ພວກເຮົາຫຼຸດຜ່ອນຄວາມບໍ່ເທົ່າທຽມກັນໃນຊຸມຊົນໃກ້ຄຽງໃນດ້ານຄຸນນະພາບຂອງຖະໜົນ, ທາງຍ່າງ, ພື້ນທີ່ສາທາລະນະ ແລະ ຂົວ. 

ອົງປະກອບຂອງແຜນ

STP ປະກອບດ້ວຍບົດເພີ່ມເຕີມ ຫຼື ອົງປະກອບອີກແປດຢ່າງ ເຊິ່ງວາງແຜນສໍາລັບພາກສ່ວນຕ່າງໆຂອງລະບົບຄະມະນາຄົມຂົນສົ່ງຂອງພວກເຮົາ. ໃນຖານະທີ່ເປັນສ່ວນໜຶ່ງຂອງເປົ້າໝາຍຂອງ STP ໃນການເຮັດໃຫ້ລະບົບຄະມະນາຄົມຂົນສົ່ງຂອງພວກເຮົາເຮັດວຽກຮ່ວມກັນ, ອົງປະກອບທັງ 8 ຢ່າງຈະໃຫ້ລາຍລະອຽດວ່າພວກເຮົາຈະວາງແຜນ ແລະ ປະສານງານການນຳໃຊ້ຖະໜົນຕ່າງໆຂອງພວກເຮົາແນວໃດ, ຮວມເຖິງການໂດຍສານລົດຂົນສົ່ງສາທາລະນະ, ລົດຖີບ, ຄົນຍ່າງ ແລະ ການຂົນສົ່ງສິນຄ້າ, ຖະໜົນຄົນຍ່າງ ແລະ ພື້ນທີ່ສາທາລະນະ, ຍານພາຫະນະ, ຂອບຖະໜົນ ແລະ ຕົວເລືອກການສັນຈອນແບບໃໝ່ ແລະທີ່ຈະເກີດຂຶ້ນໃໝ່.

ວິທີທີ່ພວກເຮົາວາງແຜນເພື່ອສຸມໃສ່ຄວາມພະຍາຍາມຂອງພວກເຮົາໃນແຕ່ລະອົງປະກອບມີດັ່ງຕໍ່ໄປນີ້:

ອົງປະກອບດ້ານການຂົນສົ່ງດ້ວຍລົດສາທາລະນະ

ລົດລາງໃນຕົວເມືອງ Seattleພວກເຮົາຕ້ອງການສົ່ງເສີມໃຫ້ຜູ້ຄົນສາມາດເດີນທາງໄປບ່ອນທີ່ຕ້ອງການໄດ້ໂດຍບໍ່ຕ້ອງມີລົດເປັນຂອງຕົນເອງ.  ການໂດຍສານດ້ວຍລົດສາທາລະນະເປັນທາງເລືອກການເດີນທາງທີ່ລາຄາຖືກ ແລະ ຍືນຍົງ.  

ເປົ້າໝາຍຂອງພວກເຮົາສຳລັບອົງປະກອບດ້ານການຂົນສົ່ງດ້ວຍລົດສາທາລະນະມີດັ່ງຕໍ່ໄປນີ້:

  • ເຮັດວຽກຮ່ວມກັບ King County Metro ເພື່ອໃຫ້ບໍລິການໃນລະດັບເຄືອຂ່າຍລະບົບການຂົນສົ່ງທີ່ໃຊ້ງານເປັນປະຈຳໂດຍ SDOT
  • ສຸມໃສ່ການສ້າງເຄືອຂ່າຍລົດເມປະຈຳທາງທີ່ເຊື່ອຖືໄດ້ທີ່ແລ່ນຕະຫຼອດມື້, ທຸກໆມື້.
  • ສ້າງແລະປັບປຸງສູນກາງສຳລັບຊຸມຊົນ ແລະ ການເດີນທາງສັນຈອນ.
  • ວາງແຜນການເຂົ້າເຖິງສະຖານີລົດໄຟຟ້າລາງເບົາໃນປັດຈຸບັນ ແລະ ອະນາຄົດໄດ້ດີຂຶ້ນ.
  • ປັບປຸງການເດີນທາງຈາກຝັ່ງຕາເວັນອອກ-ຕາເວັນຕົກໃນຊຸມຊົນໃກ້ຄຽງ ແລະ ຈຸດໝາຍປາຍທາງຕ່າງໆ. 

ອົງປະກອບດ້ານການຂົນສົ່ງສິນຄ້າ ແລະ ສິນຄ້າໃນເມືອງ

ພາບຖ່າຍທາງອາກາດຂອງທ່າເຮືອ Seattle ພ້ອມກັບລົດບັນທຸກສິນຄ້າຂະໜາດໃຫຍ່ພວກເຮົາຕ້ອງການການສະໜັບສະໜູນເສດຖະກິດທ້ອງຖິ່ນຜ່ານການເຄື່ອນຍ້າຍຂົນສົ່ງສິນຄ້າທີ່ເຊື່ອຖືໄດ້ ແລະ ປອດໄພ, ຂະນະດຽວກັນກໍຕ້ອງໝັ້ນໃຈວ່າພວກເຮົາຕິດຕາມຜົນກະທົບຕໍ່ຊຸມຊົນໃກ້ຄຽງ ແລະ ທຸລະກິດໃນທ້ອງຖິ່ນ. 

ເປົ້າໝາຍຂອງພວກເຮົາສຳລັບອົງປະກອບດ້ານການຂົນສົ່ງສິນຄ້າ ແລະ ສິນຄ້າໃນຕົວເມືອງມີດັ່ງຕໍ່ໄປນີ້:

  • ເຮັດວຽກຮ່ວມກັບຄູ່ຮ່ວມງານດ້ານການຂົນສົ່ງສິນຄ້າ ແລະ ການລົດໄຟເພື່ອວາງແຜນ ແລະ ສ້າງໂຄງສ້າງພື້ນຖານການຂົນສົ່ງທີ່ດີຂຶ້ນໃນສູນການຜະລິດ ແລະ ອຸດສາຫະກຳ (MIC)
  • ກວດສອບໃຫ້ແນ່ໃຈວ່າຜູ້ຄົນ ແລະ ສິນຄ້າສາມາດເຄື່ອນຍ້າຍໄປສູ່ຈຸດໝາຍປາຍທາງຢ່າງງ່າຍດາຍ ໂດຍເນັ້ນໃສ່ເສັ້ນທາງຕາເວັນອອກ-ຕາເວັນຕົກ.
  • ສຳຫຼວດການໃຊ້ຊ່ອງທາງພິເສດສຳລັບທາງເດີນລົດຂົນສົ່ງສິນຄ້າ ແລະ ລົດເມປະຈຳທາງ.
  • ສະໜັບສະໜູນການເຂົ້າເຖິງທີ່ປອດໄພ ແລະ ເຊື່ອຖືໄດ້ຜ່ານສູນກາງຈັດຫາງານ ແລະ MIC ສຳລັບ BIPOC, ຜູ້ທີ່ມີລາຍໄດ້ໜ້ອຍ ແລະ ຜູ້ອອກແຮງງານທີ່ຈຳເປັນຕ້ອງຍ້າຍທີ່ຢູ່ອາໄສ ໂດຍໃຊ້ກົນລະຍຸດຕ່າງໆເຊັ່ນ: ບໍລິການການລົດໂດຍສານຕອນເດິກເພີ່ມເຕີມ ແລະ ບ່ອນຈອດລົດບັນທຸກຂ້າມຄືນທີ່ມີແສງສະຫວ່າງພຽງພໍ.
  • ເພີ່ມໂຊນໂຫຼດສິນຄ້າສຳລັບພາຫະນະຂົນສົ່ງເພື່ອການຄ້າເພື່ອຫຼຸດເວລາທີ່ຜູ້ຂັບຂີ່ໃຊ້ໃນການຊອກຫາບ່ອນຈອດ. 
     

ອົງປະກອບດ້ານລົດຖີບ ແລະ ຍານພາຫະນະທີ່ຂັບເຄື່ອນດ້ວຍໄຟຟ້າ

ຜູ້ຊາຍຂີ່ລົດຖີບຢູ່ເລນລົດຖີບທີ່ມີການປ້ອງກັນ, ພ້ອມກັບກຸ່ມເດັກນ້ອຍຢູ່ທາງຫຼັງກໍຂີ່ລົດຖີບເຊັ່ນກັນພວກເຮົາຈິນຕະນາການເຖິງເມືອງ Seattle ທີ່ທຸກຄົນສາມາດຂີ່ລົດຖີບ ແລະ ຍານພາຫະນະທີ່ຂັບເຄື່ອນດ້ວຍໄຟຟ້າ ເຊັ່ນ: ສະກຸດເຕີໄຟຟ້າ ເຊິ່ງເປັນສ່ວນໜຶ່ງຂອງຊີວິດປະຈຳວັນ. 

ເປົ້າໝາຍຂອງພວກເຮົາສຳລັບອົງປະກອບດ້ານລົດຖີບ ແລະ ຍານພາຫະນະທີ່ຂັບເຄື່ອນດ້ວຍໄຟຟ້າ:

  • ຂະຫຍາຍເຄືອຂ່າຍລົດຖີບເພື່ອຕອບສະໜອງຄວາມຕ້ອງການຂອງທຸກຄົນ ບໍ່ວ່າເຂົາເຈົ້າຈະມີອາຍຸເທົ່າໃດ ຫຼື ມີຄວາມສາມາດພຽງໃດກໍຕາມ.
  • ກວດສອບໃຫ້ແນ່ໃຈວ່າໂຮງຮຽນລັດຖະບານທຸກແຫ່ງມີເສັ້ນທາງລົດຖີບທີ່ປອດໄພ.
  • ຊ່ວຍເຫຼືອສະມາຊິກຊຸມຊົນກຸ່ມທີ່ມີຄວາມສ່ຽງ ຜູ້ທີ່ຍ່າງ, ໃຊ້ຖີບລົດ ແລະ ໃຊ້ອຸປະກອນຊ່ວຍໃນການສັນຈອນ.
  • ສະໜັບສະໜູນອົງກອນທີ່ນຳພາໂດຍ BIPOC ເພື່ອສົ່ງເສີມການເດີນທາງທີ່ໃຊ້ການອອກກຳລັງ.
  • ສ້າງໂຄງການບ່ອນຈອດລົດທົ່ວເມືອງສຳລັບລົດຖີບ, ສະກຸດເຕີ ແລະ ອຸປະກອນການສັນຈອນດ້ວຍລະບົບໄຟຟ້າ ໂດຍການມຸ່ງເນັ້ນທີ່ສູນກາງສຳລັບຊຸມຊົນ ແລະ ການເດີນທາງສັນຈອນ.
  • ປັບຖະໜົນໃຫ້ເໝາະສົມກັບອຸປະກອນທີ່ໃຊ້ໃນການສັນຈອນເຊັ່ນ: ລົດຖີບຂົນສົ່ງສິນຄ້າ, ລົດສະກຸດເຕີໄຟຟ້າ ແລະ ພາຫະນະໄຟຟ້າຂະໜາດນ້ອຍ. 

ອົງປະກອບດ້ານຄົນຍ່າງ

ຄົນກຳລັງຍ່າງຂ້າມທາງມ້າລາຍຂະໜາດກວ້າງເມືອງທີ່ສາມາດເດີນທາງໄປມາໄດ້ດ້ງຍການຍ່າງສາມາດປັບປຸງສຸຂະພາບ, ຄວາມຮູ້ສຶກວ່າເປັນຊຸມຊົນ, ສິ່ງແວດລ້ອມ ແລະ ເສດຖະກິດໃນທ້ອງຖິ່ນຂອງພວກເຮົາໄດ້.

ເປົ້າໝາຍຂອງພວກເຮົາສຳລັບອົງປະກອບດ້ານຄົນຍ່າງມີດັ່ງຕໍ່ໄປນີ້:

  • ເພີ່ມ ແລະ ປັບປຸງຄວາມປອດໄພຂອງທາງຍ່າງຂອບທາງ, ທາງຍ່າງ ແລະ ຖະໜົນທີ່ໃຊ້ຮ່ວມກັນ.
  • ສ້າງບ່ອນຂ້າມທາງເພີ່ມຂຶ້ນ ແລະ ປັບປຸງອັນທີ່ມີຢູ່ເພື່ອໃຫ້ບ່ອນຂ້າມທາງປອດໄພສຳລັບຄົນທີ່ກຳລັງຍ່າງ.
  • ເຮັດໃຫ້ເມືອງ Seattle ເຂົ້າເຖິງໄດ້ຫຼາຍຂຶ້ນດ້ວຍເນີນທາງຍ່າງຂອບທາງ, ປ້າຍສັນຍານທີ່ເຂົ້າເຖິງໄດ້, ບ່ອນຈອດລົດ ແລະ ປ້າຍຈອດລົດໂດຍສານ.
  • ສຳຫຼວດໂຄງການສ້ອມແປງທາງຍ່າງຂອບທາງແບບແບ່ງປັນຄ່າໃຊ້ຈ່າຍ ເຊິ່ງເປັນການຊ່ວຍເຫຼືອເຈົ້າຂອງອະສັງຫາລິມະຊັບທີ່ມີລາຍໄດ້ຕ່ຳ. 

ອົງປະກອບດ້ານຖະໜົນສຳລັບຜູ້ຄົນ ແລະ ພື້ນທີ່ສາທາລະນະ

ຄົນກຳລັງຍ່າງ, ນັ່ງ ແລະ ມ່ວນຊື່ນກັບຖະໜົນທີ່ມີຄົນຍ່າງໄປມາຖະໜົນແມ່ນເປັນຫຼາຍກວ່າການສັນຈອນໄປມາ ແຕ່ຍັງຄວນຈະເປັນສະຖານທີ່ສຳລັບຄວາມມ່ວນຊື່ນ ແລະ ການສຳຫຼວດເຊັ່ນກັນ. ວິໄສທັດຂອງພວກເຮົາແມ່ນຖະໜົນ ແລະ ພື້ນທີ່ສາທາລະນະທີ່ໄດ້ຮັບການອອກແບບເປັນຢ່າງດີຈະເສີມສ້າງຄວາມເຂັ້ມແຂງໃຫ້ຊຸມຊົນຂອງພວກເຮົາ.  

ເປົ້າໝາຍຂອງພວກເຮົາສຳລັບອົງປະກອບດ້ານຖະໜົນສຳລັບຜູ້ຄົນ ແລະ ພື້ນທີ່ສາທາລະນະມີດັ່ງຕໍ່ໄປນີ້:

  • ເຮັດວຽກຮ່ວມກັບຊຸມຊົນເພື່ອສ້າງແຜນສຳລັບຖະໜົນສຳລັບຜູ້ຄົນ ແລະ ພື້ນທີ່ສາທາລະນະ ໂດຍສຸມໃສ່ພື້ນທີ່ທີ່ບໍ່ມີການລົງທຶນ.
  • ຮ່ວມມືກັບຊຸມຊຸນເພື່ອພັດທະນາຊຸມຊຸນໃກ້ຄຽງທີ່ປ່ອຍມົນລະພິດຕ່ຳເພື່ອອາກາດທີ່ສະອາດຍິ່ງຂຶ້ນ ແລະ ຖະໜົນທີ່ປອດໄພຍິ່ງຂຶ້ນ.
  • ຂະຫຍາຍໂຄງການຊອກຫາທາງຍ່າງຂອງພວກເຮົາກັບຊຸມຊົນ ແລະ ພັນທະມິດໃນພາກພື້ນ ໂດຍສະເພາະບໍລິເວນສະຖານີຂົນສົ່ງ.
  • ໃຫ້ຄວາມສຳຄັນລຳດັບທຳອິດໃນການປູກ ແລະ ເບິ່ງແຍງຕົ້ນໄມ້ໃນພື້ນທີ່ທີ່ບໍ່ມີການລົງທຶນໃນອາດີດ ເພື່ອໃຫ້ທົ່ວທັງເມືອງມີຕົ້ນໄມ້ປົກຄຸມເພີ່ມຂຶ້ນ. 

ອົງປະກອບດ້ານພາຫະນະ

ພາບຖ່າຍທາງອາກາດຂອງລົດຢູ່ເທິງທາງຫຼວງສີ່ເລນພວກເຮົາຕ້ອງການສົ່ງເສີມການຍ່າງ, ການໃຊ້ລົດຖີບ ແລະ ການເດີນທາງດ້ວຍອຸປະກອນລໍ້ເລື່ອນ ໃນຂະນະດຽວກັນກໍສືບຕໍ່ປັບປຸງຄວາມປອດໄພໃຫ້ກັບຜູ້ຄົນທີ່ເດີນທາງດ້ວຍພາຫະນະ ເຊັ່ນດຽວກັນກັບຜູ້ທີ່ບໍ່ເດີນທາງດ້ວຍພາຫະນະທີ່ໃຊ້ຖະໜົນຮ່ວມກັນກັບຜູ້ທີ່ຂັບຂີ່.  

ເປົ້າໝາຍຂອງພວກເຮົາສຳລັບອົງປະກອບດ້ານພາຫະນະມີດັ່ງຕໍ່ໄປນີ້:

  • ປັບປຸງຖະໜົນໃນເມືອງໃຫ້ທັນສະໄໝດ້ວຍການສ້າງຄວາມປອດໄພ ແລະ ການປັບປຸງອື່ນໆທີ່ສົ່ງເສີມໃຫ້ການຂົນສົ່ງຍືນຍົງຄວບຄູ່ໄປກັບວຽກບຳລຸງຮັກສາ.  
  • ຈັດສັນຖະໜົນ ແລະ ພື້ນທີ່ຂອບຖະໜົນຄືນໃໝ່ເພື່ອໃຫ້ພາຫະນະສາມາດເຄື່ອນທີ່ໄດ້ຢ່າງມີປະສິດທິພາບ ແລະ ປັບປຸງຄວາມສະດວກສະບາຍສຳລັບຄົນທີ່ຍ່າງ, ໃຊ້ລົດຖີບ, ໃຊ້ລໍ້ເລື່ອນ ແລະ ໃຊ້ລົດໂດຍສານສາທາລະນະ.
  • ປ່ຽນໄປໃຊ້ກອງຍານພາຫະນະຂອງເມືອງທີ່ປອດມົນລະພິດ 100% ພາຍໃນປີ 2030.
  • ອອກແບບຖະໜົນທີ່ສົ່ງເສີມການຂັບຂີ່ຢ່າງປອດໄພ ແລະ ຫຼຸດຜ່ອນຄວາມຈຳເປັນໃນການບັງຄັບໃຊ້ກົດໝາຍ.
  • ອັບເດດວິທີທີ່ພວກເຮົາປະເມີນໂຄງການເພື່ອສຸມໃສ່ການຫຼຸດການຂັບຂີ່ຄົນດຽວ, ຫຼຸດໄລຍະທາງຂອງພາຫະນະທີ່ເດີນທາງ ແລະ ເພີ່ມການເດີນທາງທີ່ດີຕໍ່ສຸຂະພາບ ແລະ ຍືນຍົງ. 

ອົງປະກອບດ້ານການສັນຈອນແບບໃໝ່ ແລະ ທີ່ກຳລັງຈະເກີດຂຶ້ນ

ລົດຖີບໄຟຟ້າທີ່ໃຊ້ຮ່ວມກັນກຳລັງລໍຖ້ານັກປັ່ນໃນ University Districtພວກເຮົາສະໜັບສະໜູນທາງເລືອກການເດີນທາງແບບໃໝ່ໆເຊັ່ນ: ການໂດຍສານຕາມຄວາມຕ້ອງການ, ລົດຖີບໄຟຟ້າ, ສະກຸດເຕີທີ່ໃຊ້ຮ່ວມກັນ ແລະ ພາຫະນະໄຟຟ້າເພື່ອໃຫ້ການເດີນທາງປອດໄພຍິ່ງຂຶ້ນ, ງ່າຍຂຶ້ນ ແລະ ຍືນຍົງຍິ່ງຂຶ້ນ. 

ເປົ້າໝາຍຂອງພວກເຮົາສຳລັບອົງປະກອບດ້ານການສັນຈອນແບບໃໝ່ ແລະ ທີ່ກຳລັງຈະເກີດຂຶ້ນແມ່ນ:

  • ເຮັດໃຫ້ໝັ້ນໃຈວ່າເທັກໂນໂລຢີການຂົນສົ່ງແບບໃໝ່ສອດຄ່ອງກັບຄ່ານິຍົມຂອງຊຸມຊົນ ເຊັ່ນ: ຄວາມປອດໄພ, ຄວາມເປັນທຳ ແລະ ການຕອບສະໜອງຕໍ່ສະພາບອາກາດ.
  • ໃຊ້ຂໍ້ມູນເພື່ອຈັດການສະພາບຄ່ອງໃນການເດີນທາງສັນຈອນ, ແຈ້ງຕໍ່ສາທາລະນະໃຫ້ຮູ້ ແລະ ສົ່ງເສີນການເດີນທາງທີ່ມີປະສິດທິພາບ.
  • ພັດທະນານະໂຍບາຍສຳລັບລົດທີ່ເຊື່ອມຕໍ່ ແລະ ຂັບເຄື່ອນດ້ວຍຕົນເອງໂດຍໃຫ້ຄວາມສຳຄັນດ້ານຄວາມປອດໄພ.
  • ສົ່ງເສີມການປ່ຽນໄປໃຊ້ຍານພາຫະນະໄຟຟ້າເພື່ອການເດີນທາງ ແລະ ການຂົນສົ່ງສິນຄ້າທີ່ໃຊ້ຮ່ວມກັນໂດຍການຈັດຫາສະຖານີສາກໄຟ ແລະ ສິ່ງຈູງໃຈຕ່າງໆ.
  • ເຮັດໃຫ້ການເຊື່ອມຕໍ່ການເດີນທາງສະດວກສະບາຍຍິ່ງຂຶ້ນ ໂດຍສະເພາະເມື່ອເຊື່ອມຕໍ່ກັບລົດໂດຍສານສາທາລະນະ. 

ອົງປະກອບດ້ານການຈັດການຂອບທາງ

ປ້າຍທີ່ຂຽນວ່າອະນຸຍາດໃຫ້ຈອດຮັບສົ່ງຜູ້ໂດຍສານໄດ້ພຽງ 3 ນາທີ ແລະ ປ້າຍອະນຸຍາດໃຫ້ລົດຮັບສົ່ງອາຫານມີສິດຈອດຮັບອາຫານດ້ານໜ້າຮ້ານອາຫານກ່ອນ (Food Pickup Priority)ພວກ​ເຮົາ​ຮັບ​ຮູ້​ວ່າຂອບທາງ​ເປັນ​ບ່ອນ​ສາ​ທາ​ລະ​ນະ​ທີ່ມີ​ການ​ນຳ​ໃຊ້​ທີ່​ຫຼາກ​ຫຼາຍ. ພວກເຮົາກຳລັງຊອກຫາວິທີໃໝ່ໃນການຈັດລຳດັບຄວາມສຳຄັນ ແລະ ສ້າງຄວາມສົມດຸນລະຫວ່າງຄວາມຈຳເປັນຕ່າງໆທີ່ບໍ່ສອດຄ່ອງກັນ. 

ເປົ້າໝາຍຂອງພວກເຮົາສຳລັບອົງປະກອບດ້ານການຈັດການຂອບທາງແມ່ນ:

  • ຮັບຮູ້ວ່າຂອບທາງຮອງຮັບໜ້າທີ່ສຳຄັນເຊັ່ນ: ການສັນຈອນ, ການເຂົ້າເຖິງສຳລັບຜູ້ຄົນແລະທຸລະກິດ ແລະ ບ່ອນຈອດລົດ.
  • ພັດທະນາວິທີການຕັດສິນໃຈເຖິງຄວາມຈຳເປັນ ແລະ ການນຳໃຊ້ໃດເພື່ອຈັດລຳດັບຄວາມສຳຄັນຂອງສະຖານທີ່ຕ່າງໆ.
  • ຈັດລຳດັບຄວາມສຳຄັນໃນການໃຊ້ຂອບທາງເພື່ອສະໜັບສະໜູນທາງເລືອກການເດີນທາງທີ່ຍືນຍົງ ແລະ ການຈັດສົ່ງສິນຄ້າ ແລະ ບໍລິການວ່າສຳຄັນກວ່າທີ່ເກັບມ້ຽນລົດສ່ວນຕົວ.
  • ຂະຫຍາຍພື້ນທີ່ສຳລັບການຈອດລົດແຄມທາງແບບເສຍເງິນ ແລະ ເພີ່ມອັດຕາຄ່າຈອດເພື່ອສົ່ງເສີມຕົວເລືອກການເດີນທາງທີ່ຖືກກວ່າ ແລະ ສ້າງມົນລະພິດໜ້ອຍລົງ.
  • ເກັບບັນທຶກຊັບສິນຕົວຈິງໃຫ້ອັບເດດຢູ່ສະເໝີເຊັ່ນ: ຂອບທາງ, ໂຊນໂຫຼດສິນຄ້າ ແລະ ບ່ອນຈອດລົດຖີບ/ສະກຸດເຕີ. 

ສິ່ງທີ່ພວກເຮົາຈະດຳເນີນການຕໍ່ໄປແມ່ນຫຍັງແດ່?

ໃນປີ 2025 ພວກເຮົາຈະສ້າງແຜນການຈັດຕັ້ງປະຕິບັດແຜນທໍາອິດຂອງພວກເຮົາ. ແຜນງານນີ້ຈະສະແດງໃຫ້ເຫັນວິທີການເຮັດວຽກຂອງພວກເຮົາໃນສອງສາມປີຂ້າງໜ້າວ່າຈະຮອງຮັບຄວາມກ້າວໜ້າໄປສູ່ວິໄສທັດ ແລະ ເປົ້າໝາຍ STP ຂອງພວກເຮົາໄດ້ແນວໃດ. ພວກເຮົາຈະປັບປຸງແຜນງານການຈັດຕັ້ງປະຕິບັດຂອງພວກເຮົາທຸກໆສີ່ປີ. 

STP ພາກທີ 1

STP ພາກທີ 2

ເອກະສານຊ້ອນທ້າຍ

Transportation

Adiam Emery, Interim Director
Address: 700 5th Ave, Suite 3800, Seattle, WA, 98104
Mailing Address: PO Box 34996, Seattle, WA, 98124-4996
Phone: (206) 684-7623
684-Road@seattle.gov

Newsletter Updates

Subscribe

Sign up for the latest updates from Transportation

The Seattle Department of Transportation (SDOT) is on a mission to deliver a transportation system that provides safe and affordable access to places and opportunities for everyone as we work to achieve our vision of Seattle as a thriving, equitable community powered by dependable transportation.